ຄົ້ນຫາ

ສີທີ່ບົ່ງບອກເອກະລັກຂອງ XANH SM

ວິໄສທັດ

ເລັ່ງຂະຫຍາຍການປ່ຽນແປງໂລກສີຂຽວ ແລະ ການຄົມມະນາຄົມທີ່ຍືນຍົງ

ພາລະກິດ

ສ້າງທາງອອກການຄົມມະນາຄົມທີ່ເປັນມິດຕໍ່ສິ່ງແວດລ້ອມ ສະດວກ ແລະ ຍືນຍົງ

ູຄ່ານິຍົມຫຼັກ

ເຕັກໂນໂລຍີ-ຄວາມສີວິໄລ-ຄວາມເຊື່ອໝັ້ນ

ສີທີ່ບົ່ງບອກເອກະລັກຂອງ XANH SM

"GSM (Green and Smart Mobility – GSM) ເປັນບໍລິສັດທີ່ໄດ້ສ້າງຕັ້ງຂື້ນໃນວັນທີ 06/03/2023. ເປັນບໍລິສັດ ໃຫ້ບໍລິການກ່ຽວກັບການເອີ້ນຈອງລົດແທັກຊີໄຟຟ້າແຫ່ງທໍາອິດໃນປະເທດລາວ. GSM ໃຫ້ບໍລິການຂົນສົ່ງໂດຍສານ ປະຊາຊົນດ້ວຍ ລົດແທັກຊີໄຟຟ້າ ໃນປະລິມານການລົງທຶນຈໍານວນ 10,000 ຄັນ.

GSM ຕັ້ງເປົ້າໝາຍປັບປຸງພຶດຕິກໍາການນໍາໃຊ້ຍານພາຫະນະຂອງປະຊາຊົນ ໃຫ້ຫັນມານໍາໃຊ້ພາຫະນະໄຟຟ້າ, ພ້ອມທັງເປັນການ ໃຫ້ຄວາມຮູ້ ແລະ ໃຫ້ປະຊາຊົນທຸກຄົນໄດ້ລອງປະສົບການທີ່ສະດວກ, ທັນສະໄໝ ແລະ ຢືນຍົງ ຂອງຍານພາຫະນະທີ່ເປັນ ມິດຕໍ່ສິ່ງແວດລ້ອມ. GSM ຈະປະກອບສ່ວນນໍາຍານພາ ຫະນະໄຟຟ້າ VinFast ເຂົ້າເຖີງລູກຄ້າ ແລະ ຄ່ອຍໆຫັນປ່ຽນພຶດຕິກໍາການນໍາໃຊ້ຍານພາຫະນະທີ່ທັນສະໄໝ ແລະ ເປັນມິດຕໍ່ສີ່ງແວດລ້ອມເຂົ້າໃນຊີວິດປະຈໍາວັນ ຂອງປະຊາຊົນ, ເພື່ອໃຫ້ລູກຄ້າໄດ້ມີໂອກາດທົດລອງໃຊ້ບໍລິການລົດແທັກຊີໄຟຟ້າ ທີ່ທັນສະໄໝ ບໍ່ມີສຽງລົບກວນ ແລະ ບໍ່ປ່ອຍ ມົນລະພິດ."

ເອກະລັກຂອງ Xanh SM

Xanh SM ແມ່ນຊື່ເຄື່ອງໝາຍການຄ້າໃຫ້ບໍລິການລົດແທັກຊີໄຟຟ້າແຫ່ງທໍາອິດຈາກປະເທດ ສສ ຫວຽດນາມ. ປະຈຸບັນ ພວກເຮົາກໍາລັງສືບຕໍ່ຂະຫຍາຍການໃຫ້ບໍລິການຢູ່ໃນຕະຫລາດສາກົນ, ຜ່ານການໃຫ້ບໍລິການທີ່ແຕກຕ່າງກັນ ລົດແທັກຊີ ແຊັງເອັດສ໌ເອັມ ຂອງພວກເຮົາແມ່ນໃຫ້ບໍລິການດ້ວຍລົດໄຟຟ້າ VinFast ເຊີ່ງເປັນພາຫະນະທີ່ ບໍ່ປ່ອຍມົນລະພິດ, ບໍ່ມີກິ່ນນໍ້າມັນ, ບໍ່ມີສຽງດັງຂອງເຄື່ອງຈັກ, ດີຕໍ່ສຸຂະພາບ ແລະ ເປັນມິດກັບສິ່ງແວດລ້ອມ. ດ້ວຍທີມງານຂັບລົດທີ່ໄດ້ຮັບການຝຶກອົບຮົມຢ່າງມືອາຊີບ, ມີວິຊາສະເພາະຕາມຫລັກການ, ໃຫ້ບໍລິການຢ່າງຈິງໃຈ, ດ້ວຍເຫດຜົນດັ່ງກ່າວນີ້ Xanh SM ຮັບປະກັນຄຸນນະພາບການໃຫ້ບໍລິການທີ່ເປັນເລີດ ລະດັບ 5 ດາວ ແກ່ຜູ້ຊົມໃຊ້.

Dấu chân toàn cầu